ທາຍາດສອງຝັ່ງຂອງ ນ້ອງ ຈູນີ່ ລູກສາວ ພໍ່ຟຸກ ແລະ ເເອັປເປິ້ລ
ໜ້າຮັກ, ໜ້າຊັງຫຼາຍ ສໍາລັບທາຍາດນ້ອຍ ຂອງສາວ ແອັບເປິ້ນ ສີສະຫວຽນ ຄົນດັງຈາກປະເທດລາວ ທີ່ໄດ້ໄປເປັນໄພ້ໄທ ໂດຍໄດ້ສ້າງຄອບຄົວກັບໜຸ່ມຫຼໍ່ ນັກຮ້ອງ, ນັກສະແດງຂອງປະເທດໄທ ໜຸ່ມ ຟຸກ ຈີລະ ເມື່ອ 2 ປີກ່ອນ.
ປັດຈຸບັນກໍໄດ້ກໍາເນີດທາຍາດນ້ອຍສອງຝັ່ງແມ່ນໍ້າຂອງອອກມາແລ້ວ ໃນວັນທີ 9 ພະຈິກ 2019 ຜ່ານມາ ເປັນຜູ້ຍິງ ຕັ້ງຊື່ວ່ານ່້ອງ “ຈູນີ່” ຜູ້ເປັນພໍ່ແມ່ ຍາດພີ່ນ້ອງຕ່າງກໍຍິນດີ ດີໃຈຄືກັນກັບແຟນໆທັງໄທ ແລະ ລາວ!!!
ນ້ອງຈູນີ່ໄດ້ຮັບການດູແລເບິ່ງແຍງຈາກແມ່ແອັບເປີ້ນ ແລະພໍ່ຟຸກຢ່າງດີແຕ່ມື້ເລີ່ມຮູ້ວ່າມີນ້ອງ ຈົນຮອດມື້ທີ່ໄດ້ເຫັນໜ້າກັນ ນ້ຳໜັກກໍ່ຈະອຸດົມສົມບູນສົມຄວາມມຸ້ງໝັ້ນຕັ້ງໃຈ 3,219 ກິໂລກຣາມ!ຊົມຄວາມໜ້າຮັກຂອງນ້ອງເລີຍດີກວ່າ!
ໜ້າຮັກຄືພໍ່ ແລະ ແມ່ເລີຍ
ເປັນຕາຮັກ ເປັນຕາຊັງແທ້ເດ
ອົບອຸ່ນລູກ ແລະ ແມ່
ຄອບຄົວໃໝ່ ພໍ່ ແມ່ ແລະ ລູກ
…
ນອນພັກຜ່ອນ
…
…
ຕອນເກີດໃໝ່ໆ
ສະບາຍດີຊາວໂລກ