ຖ້າເຮົາບໍ່ມັກແບບໃດ ກໍບໍ່ຄວນໄປເຮັດແບບນັ້ນກັບຄົນອື່ນໆ
ເວລາເຮົາບໍ່ມັກແບບໃດ ກໍຢ່າໄປເຮັດແບບນັ້ນກັບຄົນອື່ນໆ
ຖ້າເຮົາບໍ່ມັກຄວາມເຫັນແກ່ຕົວ ເຮົາກໍຈົ່ງຢ່າເຮັດຕົວເຫັນແກ່ຕົວກັບຄົນອື່ນ
ຢ່າບອກວ່າເປັນຄົນບໍ່ມັກ ແບບນັ້ນ ແບບນີ້ ແຕ່ກັບໄປເຮັດພຶດຕິກຳແບບນັ້ນໃສ່ຄົນອື່ນ
ກ່ອນຈະເວົ້າ ແລະ ລົງມືເຮັດ ໃຫ້ຄິດກ່ອນແນ່ ຄິດເຖີງໃຈເຂົາ ໃຈເຮົາ ວ່າຂະໜາດເຮົາຍັງບໍ່ມັກເລີຍ ແລ້ວຄົນອື່ນເຂົາຈະມັກຈັງໃດ
ຈົ່ງເອົາໃຈເຂົາມາໃສ່ໃຈເຮົາ ແລ້ວຊີວີດເຮົາຈະມີຄວາມສຸກຫຼາຍຂື້ນ
ອັນໃດທີ່ເຮົາບໍ່ມັກ ກໍຢ່າໄປເຮັດກັບຄົນອື່ນເລີຍ ຫຼື ຮູ້ວ່າຄົນອື່ນບໍ່ມັກແບບໃດກໍຢ່າໄປເຮັດ ດຽວມັນຈະເຂົ້າຕົວເອງ
ຢ່າງເຊັ່ນວ່າ ປະຊົດແຟນ ຮູ້ຢູ່ວ່າແຟນບໍ່ມັກ ແຕ່ກໍຍັງເຮັດ ມັນອາດກາຍເປັນການບໍ່ແຄຄວາມຮູ້ສຶກເຂົາໂດຍທີ່ເຈົ້າບໍ່ຮູ້ຕົວ
ຢ່າງເຊັ່ນຢອກຫຼີ້ນໝູ່ ຮູ້ຢູ່ມັນຕອງຈິດໃຈເຂົາ ກັບຄຳເວົ້າບາງຄຳ ແຕ່ກະຍັງຢອກຫຼີ້ນ
ເຈົ້າອາດເສຍໝູ່ໄປແບບບໍ່ຮູ້ຕົວ ເພາະມັກສະແດງວ່າເຈົ້າບໍ່ໃຫ້ກຽດໝູ່
ແມ້ແຕ່ຄົນໃນຄອບຄົວ ພໍ່ແມ່ ພີ່ນ້ອງ ອ້າຍເອື້ອຍນ້ອງ ແລະ ຍາດພີ່ນ້ອງ
ເຂົາບອກໄປໃນທາງທີ່ດີ ແຕ່ເຈົ້າຍັງດື້ດັນເອົາແຕ່ໃຈຕົວເອງ ບໍ່ຍອມເຮັດຕາມເຂົາບອກ
ຖ້າເປັນແບບນັ້ນ ເວລາຊີວິດລຳບາກ ບໍ່ມີໃຜຊິຢາກຍື່ນມືຊ່ວຍເຫຼືອເຈົ້າ
ຄວນພິຈາລະນາໃຫ້ດີ ຝາກເປັນຂໍ້ຄິດ ໃຫ້ທຸກຄຳນືງເຖີງຄວາມຮູ້ສຶກຄົນອື່ນ ຄວາມຮູ້ສຶກເຮົາ.