ຄວາມຮັກເກີດຂື້ນໄດ້ທຸກເມື່ອ ທຸກທີ່ ທຸກເວລາ ແປກໆ ແລະ ທຳມະດາທົ່ວໄປ
ເຊີ່ງຊວງນີ້ ເຮົາຈະເຫັນຫຼາຍຄູ່ ມັກຈະລົງຮູບແຕ່ງງານ ຫຼື ສູ່ຂໍ ພ້ອມລົງທ້າຍດ້ວຍຄຳວ່າ “ຖ້າ…ເຮົາກະຄົງຊິບໍ່ມີມື້ນີ້”
ບາງຄູ່ຍ້ອນເກມ ບາງຄູ່ຍ້ອນໄປຮ້ານດື່ມເບຍ ບາງຄູ່ຍ້ອນໄປງານດອງ ບາງຄູ່ຍ້ອນຄອມເມັ້ນ ບາງຄູ່ຍ້ອນກົດຫົວໃຈ ບາງຄູ່ຍ້ອນນ້ອງຕິດຫນີ້ເອື້ອຍໄປໃຊ້ແທນ ບາງຄູ່ຍ້ອນຄ້າຂາຍ
ແລະ ລ່າສຸດ ວັນທີ 15 ມິຖຸນາ 2020 ນີ້ ມີຜູ້ໃຊ້ເຟສບຸກລາຍໜື່ງໄດ້ໂພສຮູບພ້ອມຂໍ້ຄວາມ ຍ້ອນຖອຍໄປຕຳກົ້ນລົດ ເຊິ່ງຂໍ້ຄວາມກໍໄດ້ລະບຸແບບສັ້ນໆວ່າ :
“ຖ້າລົດຂ້ອຍບໍ່ຖອຍໄປຕຳກົ້ນລົດເຈົ້າມື້ນັ້ນເຮົາກະຄົງຊິບໍ່ມີມື້ນີ ❤️”
ຕ້ອງບອກເລີຍວ່າປີ 2020 ມີຄົນແຕ່ງດອງກັນຍ້ອນເຫດຜົນແປກໆ ພ້ອມສ້າງຮ້ອຍຍີ້ມໃຫ້ໃຜຫຼາຍໆຄົນທີ່ໄດ້ອ່ານເລື່ອງລາວຂອງເຂົາເຈົ້າ
ສ່ວນໃຜທີ່ຢາກສົມຫວັງແບບໃດ ສາມາດລອງເຮັດເບີ່ງ ແຕ່ຢ່າເຮັດສຸ່ມສີ່ສຸມຫ້າເດີ ດຽວຖືກແຟນເຂົາ ຜົວ ເມຍຄົນອື່ນ ລະວັງຈະຖືກ…ສົ້ນເຂົາ 555
ຈັ່ງໃດກໍຂໍສະແດງຄວາມຍິນດີນຳຄູ່ບ່າວສາວເດີ້.