ຖ້າຢາກມີຊີວິດຄູ່ທີ່ຍືດຍາວ ຕ້ອງຮູ້ຈັກດູແລ ເທັກແຄຄວາມຮູ້ສຶກກັນ
ຊີວິດຄູ່ແມ່ນການຕັດສິນໃຈຢູ່ຮ່ວມກັນຂອງຄົນສອງຄົນ ໂດຍມີຄວາມຮັກໃຫ້ແກ່ກັນທ່ານທັງ
ສອງຕ້ອງເບິ່ງແຍງເອົາໃຈໃສ່ກັນ ແລະ ມີຄວາມເອື້ອອາທອນຕໍ່ກັນ.
ການເບິ່ງແຍງເອົາໃຈໃສ່ກັນເປັນການສະແດງໃຫ້ເຫັນເຖິງຄວາມຮັກທີ່ທ່ານມີຕໍ່ຄົນທີ່ທ່ານຮັກ
ເປັນການເຮັດບົດບາດໜ້າທ່ີຂອງຄູ່ສົມລົດທ່ີດີຕໍ່ກັນ, ຈິດໃຈຄົນຕ້ອງການຫລໍ່ລ້ຽງ ແລະ ດູແລ
ບາງຄົນອາດເຮັດໄດ້ຫລາຍ ຫລື ໜ້ອຍປະສົມກັນໄປ ເຊິ່ງບໍ່ເປັນຫຍັງຂໍພຽງແຕ່ທ່ານພະຍາຍາມ ແລະ ເຮັດຢ່າງດີທີ່ສຸດເທົ່າທີ່ລັກສະນະນິໄສ
ເວລາ, ຄວາມສາມາດຂອງທ່ານຈະເຮັດໄດ້, ຢ່າລະເລີຍເມີນ ເສີຍ ຫລື ເບິ່ງວ່າບໍ່ສຳຄັນກໍພໍ.
ການດູແລເອົາໃຈໃສ່ ເຊັ່ນ : ດູ ແລເອົາໃຈໃສ່ໃນຄວາມເປັນຢູ່ທຸກຢ່າງນັບແຕ່ສຸຂະພາບ, ອາຫານ ການກິນ, ຊີວິດປະຈຳວັນ,
ຄວາມສະອາດ, ຄ່າໃຊ້ຈ່າຍ, ການເງິນຂອງຄອບຄົວ, ການເດີນທາງໄປເຮັດວຽກ, ການເດີນທາງໄປເຮັດວຽກໄກກັນ, ຄວາມສຸກ – ຄວາມທຸກທີ່ຕ້ອງລະບາຍ ແລະ ປຶກສາຫາລືກັນ ແລະອື່ນໆ
ໃນການດູແລເອົາໃຈໃສ່ນັ້ນ ຄວນເກີດຈາກຄວາມຮູ້ສຶກທີ່ມີຄວາມຈິງໃຈຕໍ່ກັນບໍ່ຫລາຍຈົນເກີນຄວາມພໍດີ.
ຄູ່ສົມລົດທີ່ມີການດູແລເອົາໃຈໃສ່ ເອື້ອອາທອນຕໍ່ກັນຈະມີໂອກາດທີ່ຈະພັດທະນາໄປສູ່ຄວາມຜູກພັນເຊິ່ງກັນ ແລະ ກັນໄດ້
ເພາະການກະທຳຂອງທ່ານຫາກເຮັດຢ່າງສະໝໍ່າສະເໝີຄົນຮັກຂອງ ທ່ານຈະເກີດຄວາມລຶ້ງເຄີຍ ແລະ ກາຍເປັນວິຖີຊີວິດຂອງເຂົາໃນທີ່ສຸດ
ທ່ານທັງສອງຕ້ອງໃຊ້ຊີວິດຮ່ວມກັນຢ່າງໃກ້ຊິດທີ່ສຸດຫາກທ່ານສາມາດເຮັດໃຫ້ເຂົາລຶ້ງເຄີຍ
ກັບການມີທ່ານໄດ້ໝາຍເຖິງທ່ານກໍຈະກາຍເປັນພາກສ່ວນໜຶ່ງໃນຊີ ວິດຂອງເຂົາຢ່າງແທ້ຈິງ.