ຖ້າບໍ່ພໍໃຈໃຜ ໃຫ້ເຮັດໂຕເສີຍໆໄວ້ເທົ່ານັ້ນພໍ ບໍ່ຕ້ອງສະແດງອາການອອກອາມາກໍໄດ້
ເຮົາທຸກຄົນ ຕ່າງມັກນຳອາລົມດ້ານລົບ ທີ່ເກີດຂຶ້ນຊົ່ວຄາວ ເຂົ້າມາມີສ່ວນໃນຊີວິດຕົວເອງ ໃນຫຼາຍໆເທື່ອນັ້ນ ທີ່ອາລົມເຫຼົ່ານີ້ໄດ້ຍ້ອນມາທຳຮ້າຍ
ເຮັດໃຫ້ເຮົາເສີຍຄວາມຮູ້ສຶກ ແລະ ຄົບຮອບຂ້າງຮູ້ສຶກບໍ່ດີ ເພາະຈາກການທີ່ເຮົາບໍ່ຮູ້ຈັກຄວບຄຸມອາລົມແລະ ບໍ່ຫັດຮູ້ຈັກເຕືອນຕົວເອງໄວ້ສະເໝີ
ວ່າອາລົມແຄ້ນເຂົ້າມາພຽງແຕ່ຊົ່ວຄາວ ທາງທີ່ດີຢ່າເອົາຕົວເອງເຂົ້າໄປເສີຍຫາຍເພາະມັນຈະດີກວ່າສະຖານະການທີ່ຮ້ອນເປັນໄຟຕໍ່ໜ້າເລີ່ມເກີດຄວາມບໍ່ດີລົງ
ຈົນສຳຜັດໄດ້ເຖິງຄວາມຮູ້ສຶກບໍ່ພໍໃຈທີ່ມີຢູ່ໃນຕົວເອງ ຮູ້ຈັກໃຊ້ຄວາມນິ້ງເສີຍເຂົ້າຄວບຄຸມເຫດການທັງໝົດທີ່ກຳລັງຜະເຊີນ
ແລະ ຫຼີກລ້ຽງການເວົ້າ ຖ້າເຮົາອາດຈະເຜີເວົ້າຫຍັງທີ່ຮຸ່ນແຮງອອກໄປ
ຈົ່ງຖ້າໃຫ້ໃຈເຢັນຂຶ້ນຫຼາຍກວ່ານີ້ກ່ອນ ແລ້ວຈຶ່ງຈະເລີ່ມລົມກັນ ຢ່າງຕົງໄປຕົງມາດ້ວຍເຫດ ແລະ ຜົນທີ່ດີພໍ
ສ້າງພາບລັກທີ່ດີໃຫ້ກັບຕົວເອງ ເພາະພາບລັກທີ່ດີຖືເປັນສິ່ງຈຳເປັນໃນການໃຊ້ຊີວິດຂອງທຸກໆສັງຄົມ ໂດຍສະເພາະຢ່າງຍິ່ງ ໃນສັງຄົມຄົນໄວເຮັດວຽກ
ທີ່ມັກຈະຕ້ອງພົບເຈີກັບອຸປະສັກ ແລະ ບັນຫາຕ່າງໆ ລວມເຖິງຜູ້ຄົນຫຼາຍໜ້າຫຼາຍຕາ ເຊິ່ງເປັນສາເຫດສຳຄັນຂອງຄວາມຂັດແຍ້ງ
ແລະ ຄວາມໃຈຮ້ອນທີ່ອາດເກີດຂຶ້ນ ຖ້າຫາກສາມາດຄວບຄຸມອາລົມຕົວເອງ
ລວມໄປເຖິງສະຖານະການຕໍ່ໜ້າໄດ້ ຢ່າງເໝາະສົມ ກໍ່ຈະເຮັດໃຫ້ຖືກເບິ່ງດ້ວຍຄວາມຊື່ນຊົມຈາກສາຍຕາຂອງຄົນຮອບຂ້າງໄດ້ວ່າ.
ສະນັ້ນຈຶ່ງເວົ້າໄດ້ວ່າ : ຖ້າບໍ່ພໍໃຈໃຜ ໃຫ້ເຮັດໂຕເສີຍໆໄວ້ເທົ່ານັ້ນພໍ ບໍ່ຕ້ອງສະແດງອາການອອກອາມາກໍໄດ້.