ດວງລາຍເດືອນ ປະຈຳເດືອນ ກໍລະກົດ 2020 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ :
1. ຄົນທີ່ເກີດວັນອາທິດ
+ ໂດຍລວມໆ ຫຼື ຕົວເອງ ເປັນຄົນບຸກເບີກຕົນເອງ ໃຈກວ້າງ ຍັງຮັກໃນໜ້າທີ່ຕົນເອງເຮັດ ບາງຄັ້ງບໍ່ຄອຍຮອບຄອບ ອາດຈະມີບັນຫາກັບຄົນຮ່ວມວຽກຄວນລະວັງ ເພາະບໍ່ຟັງຄົນຮອບຂ້າງ ພາຍໃນຄອບຄົວມີຄວາມໃຈຮ້ອນ ຄວນລະວັງຄຳເວົ້າ
+ ດ້ານການງານ ມີເກນ ງານທີເຮັດດຳເນີນໄປດ້ວຍດີ ເຮັດສີ່ງໃຫມ່ໆເລື້ອຍໆ ອາດຈະເມື່ອຍ ປະສົບຜົນສຳເລັດລະວັງມີຄົນຊັງເພາະວຽກງານ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າເລື້ອຍໆ ທັງວຽກເສີມ ແລະ ວຽກຫຼັກ ສ່ວນລາຍຈ່າຍ ຈ່າຍຫຼາຍເພາະຕາມໃຈຕົວເອງເກີນໄປ ຄວນລະເວັ້ນສີ່ງທີ່ບໍ່ຈຳເປັນ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນບໍ່ເຂົ້າໃຈກັນໃນບາງເວລາ ຫ່າງເຫີນບາງຄັ້ງ ຄວນລະວັງຄຳເວົ້າໃຫ້ດີ, ສ່ວນຄົນໂສດ ມີເກນ ມີຄົນເຂົ້າມາ ແຕ່ທ່ານເອງເປັນຄົນເລືອກຫຼາຍ ເລີຍພາດໂອກາດໄປ ເວົ້າງ່າຍໆວ່າຍັງຄອງໂສດຕໍ່ໄປ
+ ສຸຂະພາບ : ຖ້າທ່ານບໍ່ປະມາດ ແລະ ເບີ່ງແຍງຕົວເອງໃຫ້ດີ ທ່ານຈະບໍ່ເປັນຫຍັງງ່າຍໆ.
2. ຄົນທີ່ເກີດວັນຈັນ
+ ໂດຍລວມໆ ຫຼື ຕົວເອງ ຄົນໃນຄອບຄົວເຂົ້າໃຈກັນ ສ່ວນຕົວເອງກໍດີ້ນລົນເຮັດໜ້າທີ່ຂອງຕົວເອງຕໍ່ໄປ
+ ດ້ານການງານ ມີເກນ ເຮັດວຽກໜັກ ແຕ່ຜົນລັບບໍ່ຄ່ອຍໄດ້ດັ່ງໃຈປານໃດ ດັ່ງນັ້ນຕ້ອງອົດເອົາ ດຽວກໍຜ່ານໄປຮອດສີ່ງດີໆເອງສຸດທ້າຍ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຈາກວຽກເຮັດເທົ່ານັ້ນ ໂຊກລາກຍັງບໍ່ມີ ສ່ວນລາຍຈ່າຍ ຈ່າຍຫຼາຍພໍສົມຄວນພາຍໃນຄອບຄົວ ແບບຫຼີກບໍ່ໄດ້ໃນບາງຄັ້ງ
+ ດ້ານຄວາມຮັກ ຄົນມີຄູ່ ພັດທະນາໄປເລື້ອຍໆ ເຖິງຈະຢູ່ຫ່າງກັນ ແຕ່ໃຈບໍ່ເຄີຍຫ່າງຈາກກັນ, ສ່ວນຄົນໂສດ ມີເກນຈະໄດ້ສານສຳພັນກັບໃຜບາງຄົນ
+ ສຸຂະພາບ ລະວັງໂລກປະຈຳຕົວ ຫາກທ່ານບໍາດູແລຕົວເອງ ທ່ານຈະເຈັບປ່ວຍໄດ້ງ່າຍ
3. ຄົນທີ່ເກີດວັນອັງຄານ
+ ໂດຍລວມໆ ຫຼື ຕົວເອງ ຄວນລະວັງຄົນໃນຄອບຄົວ ການເດີນທາງ ອຸປະຕິເຫດ ແລະ ໃນຄອບຄົວບໍ່ເຂົ້າໃຈກັນໃນບາງຄັ້ງຄວນລະວັງຄຳເວົ້າ ຄົນຮອບຂ້າງບໍ່ຄອຍໄດ້ໃຫ້ຄວາມສົນໃຈກັນ
+ ດ້ານການງານ ມີເກນ ເຮັດວຽກໜັກ ອິດເມື່ອຍ ງານມາເລື້ອຍໆ ບາງຄັ້ງຈົນເຮັດບໍ່ທັນ ຂໍໃຫ້ອົດທົນເອົາ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາເລື້ອຍໆຫຼາຍທາງ ຫາກທ່ານດຸໝັ່ນຫາຫົນທາງເງິນເຂົ້າ ສ່ວນລາຍຈ່າຍຈ່າຍຫຼາຍພໍສົມຄວນ ບາງຄັ້ງໝູນເງິນບໍ່ທັນ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນບໍ່ເຂົ້າໃຈໃນບາງຄັ້ງ ໂດຍລວມໆ ມາຈາກນິໄສ ທີ່ບໍ່ຍອມກັນ ດັ່ງນັ້ນຄວນລະວັງຄຳເວົ້າ ແລະ ປັບຄວາມເຂົ້າໃຈກັນ ຄວາມສຳພັນຈື່ງຈະດຳເນີນຕໍ່ໄປໄດ້, ສ່ວນຄົນໂສດ ໂດຍລວມໆ ຍັງຄອງໂສດຕໍ່ໄປແຕ່ກໍມີຄົນເຂົ້າແບບຜ່ານໆໄປ
+ ສຸຂະພາບ ເພຍຈາກການເຮັດວຽກ ຄວນເບີ່ງແຍງຕົວເອງ ຄວນລະວັງອຸປະຕິເຫດ.
4. ຄົນທີ່ເກີດວັນພຸດ
+ ໂດຍລວມໆ ຫຼື ຕົວເອງ ໃນຄອບຄົວມີບັນທາງດ້ານສຸຂະພາບ ຕ້ອງເມື່ອຍ ລະວັງຢ່າເຊື່ອຄົນໃກ້ຕົວເກີນໄປ ຄວນມີສະຕິສະເໝີ
+ ດ້ານການງານ ມີເກນ ເຮັດວຽຫໜັກ ວຽກເຂົ້າມາເລື້ອຍໆ ບາງຄັ້ງຈົນຄຽດ ປວດຫົວ ແນະນຳໃຫ້ຄົນຮ່ສມວຽກຊ່ວຍ ເຂົາຈະຊ່ວຍ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຈາກວຽກເທົ່ານັ້ນ ໂຊກລາກບໍ່ມີ ສ່ວນລາຍຈ່າຍ ຈ່າຍຫຼາຍຈົນໜັກໃຈພໍສົມຄວນ ຄວນລະວັງການສ້າງໜີ້ໃຫ້ກັບຕົນເອງ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນບໍ່ເຂົ້າໃຈກັນ ເພາະເລື່ອງອາດີດເກົ່າໆ ຄວນປ່ອຍວາງແນ່ ຫັນມາເບີ່ງປັດຈຸບັນແດ່ , ສ່ວນຄົນໂສດ ມີເກນ ຈະໄດ້ພົບຮັກ
+ ສຸຂະພາບ ບໍ່ຄວນປະມາດການໄປມາ ດູແລສຸຂະພາບແດ່ ພັກຜ່ອນໃຫ້ພຽງໜ້າຈະດີ
5. ຄົນທີ່ເກີດວັນພະຫັດ
+ ໂດຍລວມໆ ຫຼື ຕົວເອງ ຄອບຄົວຄືສີ່ງສຳຄັນ ເຂົ້າໃຈທ່ານຫຼາຍທີ່ສຸດ ສາມາດປືກສາໄດ້ ຮູ້ສຶກເບື່ອໆເມື່ອຍໆ ຄິດຫຍັງ ກໍຈະຊ້າໆ ບໍ່ວ່ອງໄວປານໃດ
+ ດ້ານການງານ ມີເກນ ເມື່ອຍກາຍ ແລະ ໃຈບ່ອນທີ່ເຮັດວຽກ ກໍຂໍໃຫ້ທ່ານອົດທົນຕໍ່ໄປ ມື້ໜື່ງຫາກຈະດີຂື້ຍເອງ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າດີຖ້າທ່ານເຮັດວຽດເສີມ ສ່ວນລາຍຈ່າຍ ຈ່າຍຫຼາຍ ທັງຕາມໃຈຕົນເອງ ແລະສີ່ງທີ່ຫຼີກລ່ຽງບໍ່ໄດ້
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນ ພັດນາໄປເລື້ອຍໆ, ສ່ວນຄົນໂສດ ຢາກມີຄົນຮັກຢູ່ ແຕ່ໃຈແຂງບໍ່ຍອມເປີດໃຈ ເພາະຍັງບໍ່ພົບຄົນທິ່ຖືກໃຈນັ້ນເອງ
+ ສຸຂະພາບ ລະວັງໂລກປະຈຳຕົວ ພະຍາຍາມດື່ມນ້ຳໃຫ້ຫຼາຍ ແລະ ດູແລຕົວເອງ ພ້ອມພັກຜ່ອນໃຫ້ພຽງພໍ.
6. ຄົນທີ່ເກີດວັນສຸກ
+ ໂດຍລວມໆ ຫຼື ຕົວເອງ ມີເກນ ຄົນໃນຄອບຄົວບໍ່ເຂົ້າໃຈກັນ ຄວນລະວັງຄຳເວົ້າ ລຳບາກໃຈໃນໜ້າທີ່ກັບບາງຄັ້ງອົດທົນເອົາດຽວກໍຜ່ານໄປ ແລະ ດີຂື້ນເອງ
+ ດ້ານການງານ ໂດຍລວມໆຖືວ່າດີຫຼາຍ ເຮັດກໍປະສົບຜົນສຳເລັດ ງານໃຫມ່ໆ ທີ່ທ້າທາຍຕໍ່ຄວາມສາມາດ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາດີເລື້ອຍໆ ຖ້າທ່ານເຮັດວຽກ້ສີມກໍຍີ່ງດີ ສ່ວນລາຍຈ່າຍ ຈ່າຍຫຼາຍໃນທາງຄັ້ງຄາວ
+ ດ້ານຄວາມຮັກ ຄົນມີຄູ່ ໂດຍລວມໆຖືວ່າຢູ່ໃນເກນທີ່ດີ ແຕ່ລະວັງການເວົ້າທີ່ຮຸນແຮງ ທີ່ຈຸ້ມແທງຈິດໃຈກັນ, ສ່ວນຄົນໂສດ ມີເກນ ມີສະເໜ່ ມີຄົນເຂົ້າໃນຊີວິດ ຂື້ນກັບຕົນເອງຈະເປີດໃຈຫຼືບໍ່
+ ສຸຂະພາບ ລະວັງລະບົບປະສາດ ການນັ່ງຜິດທ່າ ລະວັງຂອງຮ້ອນໆ ແລະ ດູແລສຸຂະພາບດ້ວຍການພັກຜ່ອນແດ່ ຈະດີ.
7. ຄົນທີ່ເກີດວັນເສົາ
+ ໂດຍລວມໆ ຫຼື ຕົວເອງ ຄອບຄົວເຂົ້າໃຈກັນ ຊ່ວຍເຫຼືອກັນ ມີແນວຄິດສ້າງສັນໃຫມ່ໆ ກັບວຽກງານ ກັບຊີວິດຂອງຕົນເອງ
+ ດ້ານການງານ ມີເກນ ພັດທະນາໄປເລື້ອຍໆ ໝູ່ຄູ່ເຂົ້າໃຈກັນ ຊ່ວຍເຫຼືອກັນ ຢ່າເຮັດວຽກນອກກອບກໍພໍ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຈາກເຫື່ອແຮງ ແລະ ຄວາມພະຍາຍາມ ສ່ວນລາຍຈ່າຍ ຈ່າຍຫຼາຍ ຈົນໜັກໃຈ ແບບຫຼີກລ່ຽງບໍ່ໄດ້ໃນບາງຄັ້ງຄາວ
+ ດ້ານຄວາມຮັກ ຄົນມີຄູ່ມີເກນບໍ່ເຂົ້າໃຈກັນ ບໍ່ຍອມກັນ ດັ່ງນັ້ນຄວນລົດລົງແດ່ການເອົາໃຈຕົວເອງ ລະວັງຄຳເວົ້າທີ່ຮຸນແຮງໄວ້ ຈື່ງຈະດີ, ສ່ວນຄົນໂສດ ໂດຍລວມໆຍັງຄອງໂສດຕໍ່ໄປ ມີຄົນເຂົ້າມາຈີບຢູ່ ແຕ່ອາດເປັນເພາະຍັງບໍ່ຖືກໃຈ
+ ສຸຂະພາບ ຮັກສາສຸຂະພາບ ຕາມລະດູການກໍພຽງພໍແລ້ວ.