ເຊັກດວງລາຍວັນປະຈຳວັນທີ 23 ພະຈິກ 2020 ການງານ,ການເງິນ,ຄວາມຮັກ ດວງໃຜດີ ດີດ້ານໃດແນ່ ມາເບີ່ງດັ່ງລຸ່ມນີ້ຕາມວັນເກີດ :
1. ຄົນທີ່ເກີດວັນອາທິດ
+ ດ້ານການງານ ມີເກນ ອິດເມື່ອຍກັບການເຮັດວຽກ ແຕ່ກໍຄຸ້ມຄ່າ ປະສົບຜົນສຳເລັດ
+ ດ້ານການເງິນ ມີເກນ ລາຍໄດ້ ເຂົ້າມາເລື້ອຍໆຈາກວຽກງານ, ສ່ວນລາຍຈ່າຍ ຖ້າຈ່າຍລົງທຶນ ຫຼື ໃຫ້ຄົນອື່ນຢືມບໍ່ດີປານໃດ
+ ດ້ານຄວາມຮັກ ຄົນມີຄູ່ຍີ່ງນານວັນຍີ່ງຮັກກັນຫຼາຍຂື້ນ , ສ່ວນຄົນໂສດ ມີເກນຈະໄດ້ພົບຮັກໂລກອອນໄລນ໌.
2. ຄົນທີ່ເກີດວັນຈັນ
+ ດ້ານການງານ ມີເກນ ໄດ້ສົມຫວັງດັ່ງໃຈປາຖະໜາ ປະສົບຜົນສຳເລັດດີ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາດີທັງວຽກຫຼັກ ແລະ ວຽກເສີມ, ສ່ວນລາຍຈ່າຍ ຈ່າຍຫຼາຍໃນບາງຄັ້ງຄາວ
+ ດ້ານຄວາມຮັກ ຄົນມີຄູ່ ດຳເນີນ ແລະ ພັດທະໄປທຸກວັນ , ສ່ວນຄົນໂສດ ມີເກນໄດ້ພົບຮັກອີກບໍ່ດົນ.
3. ຄົນທີ່ເກີດວັນອັງຄານ
+ ດ້ານການງານ ມີເກນ ດວງຊະຕາດີຂື້ນຕາມລຳດັບ ມີໂອກາດໄດ້ສົມຫວັງກັບສີ່ງທີ່ຫວັງ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຕໍ່ເນື່ອງຈາກວຽກງານຕ່າງໆ, ສ່ວນລາຍຈ່າຍ ຈ່າຍຫຼາຍພໍສົມຄວນ ຫຼື ການຈ່າຍໃຊ້ໜີ້ສິນ
+ ດ້ານຄວາມຮັກ ຄົນມີຄູ່ ຄວາມຮັກ ຄວາມສຳພັນພັດທະນາໄປເລື້ອຍໆຕາມການເວລາ , ສ່ວນຄົນໂສດ ຍັງຄົງຄອງໂສດຕໍ່ໄປ.
4. ຄົນທີ່ເກີດວັນພຸດ
+ ດ້ານການງານ ມີເກນຈະເກີດການປ່ຽນແປງ ຂໍໃຫ້ກຽມຕົວເອົາໄວ້
+ ດ້ານການເງິນ ມີເກນ ລາຍໄດ້ ເຂົ້າມາດີ ຖ້າດຸໝັ່ນຫາ ແລະ ເກັບໄວ້, ສ່ວນລາຍຈ່າຍ ຈ່າຍລາຍວັນເລື້ອຍໆ
+ ດ້ານຄວາມຮັກ ຄົນມີຄູ່ມີເກນຈືດຈາງຫ່າງເຫີນພໍສົມຄວນ , ສ່ວນຄົນໂສດ ຍັງໂສດຕໍ່ໄປ ບໍ່ມີເວລາຫາຄົນຮັກ.
5. ຄົນທີ່ເກີດວັນພະຫັດ
+ ດ້ານການງານ ມີເກນຈະຕ້ອງອິດເມື່ອຍພໍສົມຄວນ ເຖີງຈະເຮັດວຽກຫຼາຍຄົນກໍຕາມ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຫຼາຍພໍສົມຄວນ ຖ້າມີການວາງແຜນດີ ຈະດີຍາວໆ, ສ່ວນລາຍຈ່າຍ ຈ່າຍລາຍວັນເລື້ອຍໆ ອາດຈະມີຫຼາຍແດ່ບາງຄັ້ງ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນຄວາມຮັກ ຄວາມສຳພັນ ລາບລື່ນເຂົ້າໃຈກັນດີ , ສ່ວນຄົນໂສດ ມີເກນ ມີໂອກາດໄດ້ພົບຮັກ.
6. ຄົນທີ່ເກີດວັນສຸກ
+ ດ້ານການງານ ມີເກນ ເຮັດວຽກໜັກ ອິດເມື່ອຍພໍສົມຄວນ ແຕ່ຈະປະສົບຜົນສຳເລັດ
+ ດ້ານການເງິນ ມີເກນ ລາຍໄດ້ ເຂົ້າມາຕໍ່ເນື່ອງຈາກວຽກງານເປັນຫຼັກ, ສ່ວນລາຍຈ່າຍ ຈ່າຍລາຍວັນທົ່ວໄປ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນຄວາມຮັກ ຄວາມສຳພັນ ບໍ່ຫວືຫວາ ບໍ່ຫວານຊື່ນ ແຕ່ດຳເນີນໄປເລື້ອຍໆຢູ່, ສ່ວນຄົນໂສດ ຍັງບໍ່ມີເກນຈະໄດ້ພົບຮັກ.
7. ຄົນທີ່ເກີດວັນເສົາ
+ ດ້ານການງານ ມີເກນ ອິດເມື່ອຍກັບການເຮັດວຽກ ເຖີງຈະມີຫຼາຍຄົນເຮັດນນຳກັນ
+ ດ້ານການເງິນ ມີເກນ ລາຍໄດ້ເຂົ້າມາຈາກວຽກ ແລະ ເຫື່ອແຮງເປັນຫຼັກ ສ່ວນລາຍຈ່າຍ ຈ່າຍລາຍວັນເລື້ອຍໆ
+ ດ້ານຄວາມຮັກ ຄົນມີຄູ່ ມີເກນຄວາມຮັກ ຄວາມສຳພັນດຳເນີນໄປເລື້ອຍໆຕາມການເວລາ , ສ່ວນຄົນໂສດ ມີເກນຈະຍັງຄອງໂສດແບບຍາວໆໄປອີກ.