ດວງຊະຕາຄົນເກີດວັນອັງຄານ ໃນປີ 2021 ມີເກນ ມີເງິນທອງ ພໍກິນພໍໃຊ້
ຕາມການທຳນາຍແລ້ວຊາຍຍິງໃດເກີດໃນວັນອັງຄານນີ້ ເປັນຄົນຈິດໃຈອ່ອນ ໄຫວ ປາກແຂງ ແຕ່ໃຈອ່ອນ ເລື່ອງໜ້າທີ່ການງານແມ່ນລາບລື່ນ ມັກຜິດຫວັງໃນສິ່ງທີ່ຕົນເອງຫວັງ ເປັນຄົນມີສະເໜ່ ດູດີ ເນື່ອຄູ່ເປັນຄົນ ຜິວດຳແດງ ຈະດີຫຼາຍ ມັກຈະຊ່ວຍເຫຼືອຜູ້ອື່ນ ປາກຮ້າຍ ເວົ້າແຂງກະດ້າງແຕ່ໃຈດີ ເຮັດບຸນເອົາໄວ້ໂລກໄພບໍ່ບຽດບຽນ ຕາມການທຳນາຍໄວ້ວ່າ
ຊ່ວງ ອາຍຸ 10-15 ປີ ມັກຈະມີຄວາມລຳບາກ ເລັກໆນ້ອຍໆ ເປັນເດັກລ້ຽງຍາກ ຈົ່ງລະວັງ ມັກຈະເຈັບໄຂ້ຕະຫຼອດ ເຮັດໃຫ້ເສຍເງິນຄຳ 15-20 ປີ ກິດຈະການທຸກຢ່າງຈະໄດ້ຜົນເກີນຄາດ ທັງລາບຊັບສົມບັດຈະຫຼັ່ງໄຫລເຂົ້າມາຫາ 20-25ປີ ໃຫ້ລະວັງຟືນໄຟໂຈນຜູ້ຮ້າຍ ແລະການ ຜິດຖຽງກັນໃນຄອບຄົວ ມັກຈະເກີດຄະດີຄວາມໃນລະຫວ່າງຍາດ ຄົນຜິວຂາວເຫຼືອງຄົບບໍ່ໄດ້ ທິດຕາເວັນອອກສຽງໄຕ້ ແລະສຽງເໝືອບໍ່ເປັນມຸງຄຸນ 25-30 ປີ ມິດສະຫາຍຈະນຳລາບສັກກາລະ ມາໃຫ້ຮັ່ງມີເງິນທອງ ຊາຍຜິວດຳຍິງຜິວຂາວຢ່າໄວ້ໃຈຄວນບູຊາພະສຸກພະເສົາ ທຸກໄພຈະຫາຍຈະຢູ່ດີທີສຸກ 30-35 ມີຄອບຄົວມີຖານະດີຄົນຜິວເຫຼືອງສູງຈະໃຫ້ເຈົ້າ 35-40 ລະວັງໂລກໄພໄຂເຈັບຈະບຽດບຽນ ທິດອີສານ ທິດຕາເວັນຕົກເປັນມຸງຄຸນ 40-45 ຕົ້ນດີປາຍຄົດ ຍິງຜິວຂາວບໍ່ໜ້າໄວ້ໃຈ ທິດໄຕ້ ດີຫຼາຍ
ຊ່ວງອາຍຸ 45-50 ປີ ຄວນລະວັງຊັບສິນເງິນທອງຂອງຕົນ ມັນຈະເຊື່ອຄົນງ່າຍ50-55ທິດຕາເວັນອອກສຽງໄຕ້ ໃຫ້ໂທດ ຕາເວັນຕົກສຽງເໜືອເປັນມຸງຄຸນ 55-60ໃຫ້ລະວັງເລື່ອງເລືອດຕົກຍາງອອກ ເລື່ອງນ້ອຍມັກຈະເກີດໄພ 60-65 ໃຫ້ລະວັງເລື່ອງສຸຂະພາບ ຫາຄວາມສຸກໃສ່ໂຕຈະດີຫຼາຍ 65-70ປີ ຈະມີຄວາສຸກຍາດພີ່ນ້ອງພໍໄດ້ໃຫ້ເພິ່ງພາອາໄສ 70-75 ຊັບສິນມາມື ລູກຫຼານແລະ ຈະມີຄົນມາອຸປະຖຳ 75-80 ໃຫ້ລະວັງວາຈາ ໃນການເຈລະຈາໃຫ້ຫຼາຍຂຶ້ນ.