ດວງຄົນທີ່ເກີດວັນພະຫັດ ເປັນຄົນມີບຸນ ມີດວງຊະຕາດີ ເຮັດຫຍັງກໍດີ
ສຳລັບທ່ານທີ່ເກີດວັນພະຫັດ : ເປັນຄົນມີບຸນ ມີດວງສະຕາດີ ມີກຽດມີຄົນນັບຖືຫລາຍ ແຕ່ມັກມີບັນຫາເລື່ອງຄູ່ຄອງ ຫລື ກໍອາພັບຄູ່,
ອຸປະນິໄສ ຂອງຄົນເກີດວັນພະຫັດ ເປັນຄົນມັກສຶກສາຮໍ່າຮຽນ ມັກທຳມະເປັນຄົນເຈົ້າລະບຽບ ເປັນຄົນເຂັ້ມງວດແຕ່ເປັນຄົນມີຈິດໃຈເອື້ອເຝື້ອຕໍ່ຄົນອ້ອມຂ້າງ ຮັກຄວາມສະຫງົບ ມັກຄວາມໝົ້ນຄົງ ຢືດຖືຄວາມຖືກຕ້ອງທ່ຽງທຳ ເດັດດຽວ ແຕ່ຢ້ານການປ່ຽນແປງ,
ຄົນເກີດວັນພະຫັດເປັນຄົນເປີດເຜີຍ ບໍ່ມີຄວາມລັບລົມຄົມໃນ ເວົ້າແທ້ເຮັດຈິງ ແຕ່ເປັນຄົນຂີ້ໃຈນ້ອຍ ຢຶກຖືຂະນົບຖຳນຽມປະເພນີ ຄຽດແລ້ວໃຈຮ້າຍເຂັ້ມແຂງ ມັກລະແວງ ເຮັດອັນໃດກໍລອບຄອບດີ
ເປັນຄົນມີບຸນ ມີດວງສະຕາດີ ໃນເລື່ອງການງານ ເຮັດຫຍັງກໍດີ ການງານສົ່ງຜົນເຮັດໃຫ້ການເງິນດີ, ດວງທາງດ້ານໂຊກລາບມີພໍປະມານ ດວງຊະຕາໂດຍລວມໆຄົນເກີດວັນນີ້ ພໍກິນພໍໃຊ້ບໍ່ຂັນສົນ.