ຍ້ອນກົດໃຈມື້ນັ້ນ !! ຈຶ່ງໄດ້ແຕ່ງງານ ສາວໂພດຮັກນີ້ເກີດຈາກການກົດຫົວໃຈໃນເຟດບຸກ
ຈາກຜູ້ໃຊ້ເຟດບຸກຊື່ວ່າ Soukphaphone Phongsyla
ໄດ້ໂພສເຖິງທີ່ໄປທີ່ມາຂອງຄວາມຮັກຈາກມື້ນັ້ນຈົນຮອດມື້ນີ້ ໃນໂພສຂຽນວ່າ :
ບໍ່ເຄີຍຄິດເລີຍວ່າ 💝 ການກົດລົວຫົວໃຈຢູ່ເຟສບຸກໃຫ້ໃນມື້ນັ້ນ 💞
ຈະເຮັດໃຫ້ເຮົາເດິນທາງມາຈົນມີມື້ນີ້ 💘ມື້ທີ່ຄອບຄົວທັງສອງຂອງເຮົາໄດ້ເປັນ ໜື່ງດຽວ 👨👩👧👧
ມື້ທີ່ເຈົ້າ ກ້າວຂາຫອບສິນສອດມາຂໍ ຫໍ່ຄວາມຮັກມາສູ່ເປັນຄວາມຮູ້ສືກທີ່ດີທີ່ສຸດ ທີ່ເຈົ້າໄດ້ມອບໃຫ້ມາ 💏
ຂອບໃຈຫລາຍໆທີ່ກ້າວເຂົ້າມາໃນຊີວິດຂ້ອຍ 💍 ໄດ້ຮ່ວມສຸກຮ່ວມທຸກນຳກັນ ບໍ່ເຄີຍປະຖິ້ມໄປໃສ
ອົດທົນຟັນຟ່າ ຕັ້ງໜ້າຕັ້ງຕາເພື່ອອານາຄົດເຮົາ ຂອບໃຈທີ່ເຈົ້າພ້ອມສູ້ ແລະ ຈັບມືກັນໄວ້ສະເຫມີ
ຕໍ່ຈາກນີ້ໄປ ເຮົາຈະຈັບມືກັນໄປໃຫ້ເຖິງເສັ້ນໄຊຂອງເຮົາແລະທີ່ສຳຄັນ ຕ້ອງຂອບໃຈ ພໍ່ແມ່ ທັງສອງຝ່າຍ 🙏
ທີ່ຮັກແລະເອັນດູລູກທັງສອງ ພ້ອມພຽງຮຽງໃຈກັນຂອບໃຈຜູ້ໃຫຍ່ ທັງສອງຝ່າຍທີ່ມາເປັນສັກຂີພະຍານ
ໃນງານໝັ້ນ ສູ່ຂໍ ໃນຄັ້ງນີ້ 21.3.2020 💍💍ສຳລັບ ທີ່ຍັງບໍ່ທັນຮອດບໍ່ທັນເຖິງໃຜ ແມ່ນຕ້ອງຂໍໂທດຫລາຍໆ ເອົາໄວ້ງານແຕ່ງ ຈະຮອດຈະເຖິງທຸກຄົນເດີ້
ພວກເຮົາກໍຈັດງານນ້ອຍໆ ເນື່ອງຈາກ ສະຖານະການພາຍນອກ ເຂດບ້ານການເມືອງບໍ່ອຳນວຍ ກໍເລິຍໄດ້ຈັດງຽບໆ
ຂອບໃຈທຸກຄົນທີ່ຮ່ວມຍິນດີນຳ ສະດວກໂອນ ມາກະໄດ້ 5555555555555 ເລກບັນຊີ ສິປະໄວ້ໃຫ້555
#ປີ້ໝີ #ໝີປີ້ 1.5.2017 – ປະຈຸບັນ ແລະ ອານາຄົດ
ຂໍສະແດງຄວາມຍິນດີນຳທັ້ງຄູ່ເດີ ຮັກກັນດົນໆ ມີລູກເຕັມບ້ານ ມີຫຼານເຕັມເມືອງ