ຍິ່ງຍຶດຕິດຈະຍິ່ງທຸກ ຍິ່ງປ່ອຍວາງຈະຍິ່ງຈະເຮັດໃຫ້ຊີວິດເປັນສຸກ
ຄົນເຮົານັ້ນຖ້າໄປຍຶດຕິດກັບຫຍັງທີ່ເຮັດໃຫເຮົາເປັນທຸກໃຈ ຊີວິດຂອງເຮົາກໍ່ຈະມີແຕ່ຄວາມທຸກ ແລະ ຄວາມເສຍໃຈ
ສິ່ງທີ່ເຮົາຈຳເປັນຕ້ອງເຮັດກໍ່ຄື “ການປ່ອຍວາງ” ເຮົາຄວນທີ່ຈະຮູ້ຈັກການປ່ອນວາງແດ່ໃນຊີວິດ ບໍ່ແມ່ນໄປຍຶດຕິດກັບທຸກສິ່ງໄປຈົນໝົດ
ເພາະບາງເລື່ອງເຮົາກໍ່ຕ້ອງປ່ອຍມັນຜ່ານໄປ ຈະເກັບເອົາມາຄິດໝົດບາງທີມັນກໍ່ໍບໍ່ໄຫວດອກ
ແມ່ນຫຍັງທີ່ເຮັດໃຫ້ເຮົາບໍມີຄວາມສຸກ ແມ່ນຫຍັງທີ່ເຮັດໃຫ້ເຮົາມີຄວາມທຸກ
ເຮົາກໍ່ຕ້ອງປ່ອຍມັນໄປ ຢ່າໄປຄິດເຖິງມັນ ແລ້ວເຮົາຈະມີຄວາມສຸກຍິ່ງຂື້ນ ຄົນຫຼາຍຄົນມົວແຕ່ໄປຍຶດຕິດກັບສິ່ງທີ່ເຮັດໃຫ້ເຂົາເສຍໃຈ ຫຼື ມີຄວາມທຸກ
ນັ້ນຈຶ່ງເຮັດໃຫ້ຊີວິດເຂົາຈຶ່ງມີແຕ່ຄວາມທຸກ ຫາຄວາມສຸກຈົນບໍ່ເຫັນ
ລອງປ່ອຍວາງເລື່ອງບໍ່ດີອອກໄປ ບາງທີອາດຈະເຮັດໃຫ້ເຮົາມີຄວາມສຸກຫຼາຍຂື້ນກວ່າເກົ່າໄດ້
ທີ່ສຸດແລ້ວສຸກຫຼືທຸກມັນຢູ່ທີ່ເຮົາເລືອກເອງທັ້ງນັ້ນ ບໍ່ມີໃຜມາກຳນົດໃຫ້ເຮົາໄດ້.