ຊົມເຊີຍເຈົ້າໜ້າທີ່ !! ຈັບຜູ້ກໍ່ເຫດຍິງລົດຢູ່ທາງດ່ວນ ໄດ້ແລ້ວ ມີທັງຫມົດ 7 ຄົນ

ຊົມເຊີຍເຈົ້າໜ້າທີ່ !! ຈັບຜູ້ກໍ່ເຫດຍິງລົດຢູ່ທາງດ່ວນ ໄດ້ແລ້ວ ມີທັງຫມົດ 7 ຄົນ

ຊົມເຊີຍເຈົ້າໜ້າທີ່ !! ຈັບຜູ້ກໍ່ເຫດຍິງລົດຢູ່ທາງດ່ວນ ໄດ້ແລ້ວ ມີທັງຫມົດ 7 ຄົນ.


News ພັທ ບົວທອງ ບໍລິບານ ຫົວຫນ້າຫ້ອງຕຳຫລວດ ປກສ ແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ: ຈາກເຫດຄົນຮ້າຍລັກຍິງລົດປະຊາຊົນ ຢູ່ທາງດ່ວນວຽງຈັນ- ວັງວຽງ ທີ່ອຸໂມງພູພະ ໃນວັນທີ 5 ມິຖຸນາ ທີ່ຜ່ານມາ,


ເຮັດໃຫ້ມີຜູ້ບາດເຈັບເລັກນ້ອຍ ແລະ ສາຫັດ, ເຊິ່ງມີຜູ້ກໍ່ເຫດມີທັງຫມົດ 7 ຄົນ ຍິງ 3 ຄົນ ເຈົ້າຫນ້າທີ່ສາມາດຈັບຕົວໄດ້ທັງຫມົດເປັນທີ່ຮຽບຮ້ອຍ.


ຈາກຂໍ້ມູນເບື້ອງຕົ້ນ, ໃນວັນທີ 7 ມິຖຸນາ ທີ່ຜ່ານມາພາຍຫລັງມີເຫດການເກີດຂຶ້ນຢູ່ທາງດ່ວນ ເຈົ້າຫນ້າທີ່ສາມາດຮູ້ເປົ້າຫມາຍ ແລະ ຕິດຕາມນັບແຕ່ມື້ເກີດເຫດຢ່າງໃກ້ຊີດ ຈົນເຈົ້າຫນ້າທີ່ໄດ້ພົບເຫັນລົດເປົ້າຫມາຍມຸ່ງຫນ້າໄປທາງທາງດ່ວນ ເຈົ້າຫນ້າທີ່ກໍໄດ້ຕິດຕາມ ແຕ່ເປົ້າຫມາຍຮູ້ຕົວ ຈິ່ງກັບລົດມາທາງວັງວຽງ ເຈົ້າຫນ້າທີ່ຈີ່ງຂີ່ລົດໄລ່ ແລະ ບຽດລົດຕົກຮ່ອງ ນຳໄປສູ່ຈັບຕົວທັງ 3 ຄົນໄດ້ ທັງພົບຢາບ້າ 21 ເມັດ.


.

ນອກນີ້, ຍັງພົບເຫັນລົດກະບະມິຊູບີຊີ ທີ່ນຳໃຊ້ເຂົ້າໃນການກໍ່ເຫດ ຖືກປ່ຽນສີໃຫມ່ ແລະ ນຳໄປເຊື່ອງໄວ້ປ່າຢາງ, ພາຍຫລັງໄດ້ຕົວໄດ້ 3 ຄົນ ຈາກນັ້ນ ຈິ່ງຂະຫຍາຍຜົນຈັບນວນ ໄດ້ເພີ່ມ 4 ຄົນ ໃນວັນດຽວກັນ.

ຂ່າວ