ຈຳເອົາໄວ້ !! ການເປັນຄົນເນລະຄຸນ ບໍ່ເຄີຍເຮັດໃຫ້ຊີວິດສູງສົ່ງຂື້ນ
ການກະຕັນຍູເປັນສັນຍານບົ່ງບອກຂອງຄວາມດີ
ການເນລະຄຸນ ຜູ້ມີພະຄຸນຄືການກະທຳທີ່ຊົ່ວໃນສັງຄົມ
ບໍ່ມີໃຜຢາກຈະຊ່ວຍເຫຼືອຄົນທີ່ບໍ່ຮູ້ຈັກບຸນຄຸນຄົນອື່ນ
ເພາະຕໍ່ໃຫ້ເຮັດດີກັບຄົນປະເພດນິ້ຫຼາຍເທົ່າໃດ ສຸດທ້າຍເສຍເວລາ ແລະບໍ່ໄດ້ຫຍັງເລີຍ
ບາງຄັ້ງອາດຈະສູນເສຍຫຼາຍກວ່າທີ່ຈະໄດ້ຮັບອີກ
ເຊີ່ງກໍແຕກຕ່າງຈາກຄົນທີ່ຮູ້ຈັກກະຕັນຍູຮູ້ບຸນຄຸນຄົນ ບໍ່ວ່າຈະໄປໃສມາໃສ ກໍມີແຕ່ຄົນພ້ອມຈະຊ່ວຍເຫຼືອ
ເພາະຄົນແບບນີ້ມັກຈະທົດແທນບຸນຄຸນແກ່ຜູ້ມີພະຄຸນເມື່ອມີໂອກາດ
ເຊີ່ງກໍແຕກຕ່າງຈາກຄົນທີ່ເນລະຄຸນຄົນທີ່ຄິດຈະບໍ່ຕອບແທນ ແຖມຍັງຈ້ອງກັດອິກ
ສະນັ້ນບໍ່ມີໃຜຍີ່ງໃຫຍ່ ແລະ ປະສົບຄວາມສຳເລັດໄດ້
ເພາະເຮົາທຸກຄົນທຸກມື້ນີ້ ຢູ່ໃນແວດວົງສັງຄົມ ຈຳເປັນຕ້ອງເພີ່ງພາອາໃສກັນ
ບໍ່ສາມາດດຳເນີນຊີວີດດ້ວຍຕົວຄົນດຽວໄດ້
ຄົນທີ່ຮູ້ຈັກທົດແທນບຸນຄຸນຄົນ ມັກຈະໄດ້ຮັບໂອກາດຢູ່ສະເໝີ
ແຕກຕ່າງຈາກຄົນທີ່ເນລະຄຸນຄົນ ມັກຈະບໍ່ໄດ້ຮັບໂອກາດໃດໆຈາກສັງຄົມ
ສະນັ້ນຈົ່ງເປັນຄົນຢ່າລືມບຸນຄຸນຄົນທີ່ຊ່ວຍເຫຼືອເຮົາ ຫາກໃຜເຮັດກັບເຮົາຈົ່ງຈຳເອົາໄວ້
ເມື່ອມີໂອກາດກໍຕອບແທນເຂົາ ເພື່ອສະແດງເຖີງການມີນ້ຳໃຈ ຮູ້ຈັກບຸນຄຸນ ໃຜໆກໍຮັກ ຍາມລຳບາກ ເຂົາກໍຈະຊ່ວຍເຮົາອີກ.