ຄົນບາງຄົນເກິດມາໃຫ້ເຮົາຮັກ ໃຫ້ເຮົາຄິດຮອດ ແຕ່ບໍ່ໄດ້ເກີດມາໃຫ້ເຮົາຄອບຄອງເປັນເຈົ້າຂອງຫົວໃຈ
ຄວາມຮັກອາດບໍ່ເຄີຍປ່ຽນຄຸນຄ່າ ເວລາບໍ່ເຄີຍປ່ຽນໃຜ ຄົນຕ່າງຫາກທີ່ປ່ຽນໄປ ເພາະຄົນມັນໝົດໃຈ
ອັນໃດມັນກໍປ່ຽນແປງໄດ້ ໃນຊີວີດເຮົາກໍຕ້ອງມີຄົນທີ່ເຂົ້າມາເຮັດໃຫ້ເຮົາຮູ້ສຶກປະທັບໃຈ
ເຖີງວ່າຈະບໍ່ແມ່ນເລື່ອງ່າຍເລີຍທີ່ເຮົາຈະໄດ້ພົບ ແລະ ຄົນນັ້ນຈະຕ້ອງສາມາດຕອບຕົວເອງໄດ້ວ່າ
ເປັນຄົນທີ່ຕາມຫາມາຕະຫຼອດ ແລະ ກໍຍາກພໍໆຢູ່ກັບການທີ່ເຮົາຕ້ອງຕັດສິນໃຈ
ຄວາມຮັກເປັນຄວາມຮູ້ສຶກ ທີ່ບາງຄັ້ງກໍຢູ່ນອກເໜືອການຄວບຄຸມຂອງຄວາມຄິດ
ເຮົາຈຶ່ງສາມາດຮູ້ສຶກໄດ້ຮັກໂດຍໃຊ້ຫົວໃຈຮັກ ແຕ່ຂະນະດຽວກັນການສະແເດງອອກ ແລະ ການກະທຳຕ່າງໆ
ກັບຕ້ອງໃຊ້ສະໝອງ ແລະ ຫົວໃຈໄປພ້ອມໆກັນ ເຊີ່ງຫົວໃຈຈະຄອຍບອກວ່າຮັກໄດ້
ເພາະມີສິດທີ່ຈະໄດ້ຮັກ ແຕ່ສະໝອງບອກວ່າຮັກແລ້ວສາມາດສະແດງອອກໄດ້ສ່ຳໃດນັ້ນຢ່າລືມວ່າຄົນບາງຄົນເກີດມາໃຫ້ເຮົາຮັກໄດ້ແຕ່ບໍ່ໄດ້ເກີດມາໃຫ້ເຮົາໄດ້ຄອບຄອງ ເປັນຂອງເຮົາ
ແລ້ວເຮົາຈະເຮັດໄດ້ບໍ ຍອມຮັບໄດ້ບໍທີ່ຕ້ອງຮັກແບບບໍ່ໄດ້ຮຽກຮ້ອງ
ບໍ່ຕອ້ງການຮັກຕອບກັບມາກໍໄດ້ ຮັກເພາະຮູ້ສຶກຮັກ ເພາະວ່າຮັກເຕັມຕື້ນໃນຫົວໃຈ
ແລ້ວເຮົາຍອມຮັບໄດ້ບໍ່ ຕ້ອງປ່ອຍຄົນທີ່ຮັກມີຊີວິດໃນແບບຂອງເຂົາເປັນຢູ່ໂດຍທີ່ບໍ່ມີເຮົາ
ຢູ່ບົນເສັ້ນທາງຂອງເຂົາ ໃນຂະນະທີ່ຄວາມຮັກຂອງເຮົາກຳລັງດຳເນີນໄປໃຫ້ຄວາມຖືກຕ້ອງຍີ່ງໃຫຍ່ຢູ່ໃນສະໝອງ ໃຫ້ຄວາມຮັກງົດງາມຢູ່ໃນຫົວໃຈຕະຫຼອດໄປ ເຮົາຍອມແບບນັ້ນບໍ່ ບາງຄັ້ງຫຼາຍຄົນຖາມຕົວເອງແບບນີ້ 
ແຕ່ເຮົາກໍບໍ່ສາມາດເຮັດຫຍັງໄດ້ຫຼາຍໄປກວ່າການແອບຮັກ ແອບຊືນຊົມເຂົາໄປວັນໆ
ເຊີ່ງມັນກໍມີຫຼາຍກໍລະນີ ທີ່ບໍ່ລົງຕົວທີ່ຕອບສະໜອງຕໍ່ຄວາມຮູ້ສຶກ ທີ່ຈະຕ້ອງບອກໃຫ້ເຂົາໄດ້ຮູ້
ວ່າເຮົາຮັກເຂົາ ເຊິ່ງມີຫຼາຍກໍນີ ທັງຖານະ ຄວາມແຕກຕ່າງການດຳລົງຊີວິດ ຮູບຮ່າງໜ້າຕາ ອັນນີ້ຢູ່ໃນໂໝດແອບຮັກ.
ແຕ່ຖ້າຢູ່ໃນໂໝດການເປັນແຟນກັນແລ້ວ ກໍຕ້ອງເຂົ້າໃຈງ່າຍໆວ່າ ມີຫຼາຍຢ່າງທີ່ບໍ່ລົງຕົວ ຈຳເປັນຕ້ອງປ່ອຍໃຫ້ເຂົາໄປພົບຄົນທີ່ດີກວ່າຢູ່ກັບເຮົາ
ເຖີງເຮົາຈະຮັກເຂົາຫຼາຍປານໃດກໍຕາມ ກໍຕ້ອງຍອມໃຫ້ເຂົາມີອະຄົດທີ່ດີ ແລະ ມີຄວາມສຸກ
ເຮົາກໍດີໃຈນຳ ເຮົາບໍ່ຄອບຄອງກໍໄດ້ ແຕ່ໃນໃຈເລິກໆເຮົາກໍຢາກໄດ້ຄອບຄອງຢູ່ແລ້ວ ແຕ່ເຮັດຫຍັງໄດ້ບໍ່ຫຼາຍໄປກວ່ານິ້
ເມື່ອອ່ານແລ້ວທຸກຄົນສາມາດແບ່ງປັນໃຫ້ໝູ່ຄູ່ຄົນຮອບຂ້າງໄດ້ຮູ້ນຳດ້ວຍການກົດແຊຣ໌ ຂໍຂອບໃຈ.