ຄູ່ຮັກທີ່ມັກຜິດກັນຄວນອ່ານ “ຂໍ້ຄິດດີໆສຳຫຼັບຄູ່ຮັກທີ່ມັກຜິດກັນ” ເຮັດແນວໃດຈະຮັກກັນຄືເກົ່າໄດ້
ຫຼາຍຄູ່ຜິດກັນດ້ວຍເລື່ອງ ກິນຫຍັງ….? ຫຼາຍຄູ່ຜິດກັນດ້ວຍເລື່ອງຂັບລົດ….ໄປທາງຊ້າຍ ໄປທາງຂວາດີ ແລ້ວກໍເກີດເປັນເລື່ອງເປັນລາວ ມີບັນຫາ ມີປາກມີສຽງກັນ
ບາງທີເລື່ອງເລັກໆນ້ອຍໆທີ່ເຮັດໃຫ້ຄົນເຮົາຜິວກັນ ເມື່ອບ່ອຍຄັ້ງເຂົ້າມັນລຸກລາມຈົນເຮັດໃຫ້ເລື່ອງລາວໃຫຍ່ໂຕຂຶ້ນ ເມື່ອຕ່າງຝ່າຍຕ່າງເລີ່ມຂຸດຄົ້ນເຖິງອະດີດຫຼາຍຂື້ນເລື້ອຍໆ ຈົນສຸດທ້າຍບໍ່ຮູ້ເລຍວ່າ ຈຸດເລີ່ມຕົ້ນຂອງການຜິວກັນຄືເລື່ອງຫຍັງ
ຫຼາຍໆຄົນອາດຈະຄິດວ່າການຜິດກັນເປັນເລື່ອງບໍ່ດີ…!!ແຕ່ການທີ່ເຮົາຜິດກັນໃນບາງຄັ້ງມັນກໍເປັນເລື່ອງດີ ບາງທີ່ການຜິດກັນມັນກໍເຮັດໃຫ້ອີກຝ່າຍໄດ້ເປີດໂອກາດສະແດງຄວາມຮູ້ສຶກອອກມາ ໄດ້ເປີດເຜີຍຄວາມຄິດໃຫ້ອີກຝ່າຍໄດ້ຮັບຮູ້
ຫຼາຍຄູ່ບໍ່ເຄີຍຜິດກັນເລີຍ…ບໍ່ແມ່ນເລື່ອງດີເດີ…!!ຈາກບາງສິ່ງບາງຢ່າງ ເລື່ອງເລັກໆນ້ອຍໆ ທີ່ມັນສະສົມເອົາໄວ້ເລື້ອຍໆ ຈົນເປັນບັນຫາ ເວລາບັນຫາມັນລະເບີດອອກມາ ມັນກໍຈະອອກມາແຮງ
ທຸກຄັ້ງທີ່ມີບັນຫາກັນ ທຸກຄັ້ງທີ່ບໍ່ເຂົ້າໃຈກັນ ຢາກໃຫ້ຖາມຕົວເອງກ່ອນວ່າ ຊະນະແລ້ວໄດ້ຫຍັງ…?ຄົນທີ່ຢູ່ຕໍ່ໜ້າທີ່ເຮົາຜິດກັບເຂົານີ້…ຄືຄົນທີ່ເຮົາຮັກບໍ່ແມ່ນບໍ?
ຫຼືໃນບາງເທື່ອທີ່ຄືຈະບໍ່ຜິດບໍ່ຖຽງ ເວລາງອນເອົາແຕ່ມິດຢ່າງດຽວ ບໍ່ເອົາ ບໍ່ເວົ້າ ເວົ້າແລ້ວຈະຖືກຫາວ່າງີ້ເງົ້າ ແຕ່ການບໍ່ເວົ້າຫຍັງກໍຖືເປັນຄວາມງີ້ເງົ້າອີກປະການໜຶ່ງຄືກັນ
ຄວາມສະຫງົບບໍ່ແມ່ນຈຸດຈົບຂອງບັນຫາສະເໝີໄປ ບໍ່ໄດ້ແປວ່າມິດງຽບໆ ແລ້ວທຸກຢ່າງຈະດີຂຶ້ນເອງ ບາງຄັ້ງອາດຈະງຽບເພື່ອສະຫງົບສະຕິອາລົມ ແຕ່ຫຼັງຈາກນັ້ນຕ້ອງຫັນໜ້າມາລົມກັນ
ຫຼັງຈາກຜິດກັນແລ້ວ ມີບັນຫາຫຍັງກໍຕ້ອງລົມກັນ ສຳຄັນກວ່ານັ້ນ ຟັງກັນຫຼືບໍ່ ເລື່ອງຂອງຄວາມຮັກບາງທີ່ກໍໃຊ້ເຫດຜົນບໍ່ໄດ້ ຕ້ອງໃຊ້ຄວາມເຂົ້າໃຈກັນໃຫ້ຫຼາຍກວ່າ.