ຄູ່ຊີວິດ ຕ້ອງມີ 4 ຢ່າງນີ້ ຖ້າຄູ່ຮັກໃດເຮັດໄດ້ ມີແຕ່ມີຄວາມສຸກໃນຊີວິດຄູ່
ທຳພິທີມອບຊີວິດຄູ່ຂອງທ່ານໄວ້ກັບພະກັບເຈົ້າ ຊີວິດຄູ່ເຮົາມີອິຫຍັງຂຶ້ນມາ ກໍມອບໄວ້ກັບພະສາສະໜາ ເພື່ອໃຫ້ສິ່ງສັກສິດປົກປ້ອງຄຸ້ມຄອງເຮົາໄວ້.
ໃຫ້ປະພຶດຄາລະວາດສະທຳ 4 ຢ່າງ ໃຫ້ສົມບູນ, ເຄັ່ງຄັດ ແລະ ບໍ່ຂາດຕົກບົກຜ່ອງ ປະກອບດ້ວຍຄື :
1. ສັດຈະ ເວົ້າຈິງ, ເຮັດແທ້, ຊື່ສັດຈິງໃຈ : ຄວາມຊື່ສັດເປັນສີ່ງສຳຄັນຕໍ່ຊີວິດຄູ່ຫຼາຍ ມັນສະແດງໃຫ້ເຫັນເຖີງຄວາມຈິງໃຈ ເວົ້າແທ້ ເຮັດແທ້ ບໍ່ລະເລີຍ ບໍ່ວ່າຈະເປັນເລື່ອງນ້ອຍເລື່ອງໃຫຍ່ ຊື່ສັດຕໍ່ຄອບຄົວ.
2.ທະມະ ແກ້ໄຂຂໍ້ບົກຜ່ອງ, ຂົ່ມຈິດໃຈ, ເຝິກນິດໄສປັບປຸງຕົວໃຫ້ດີ, ບໍ່ໃຈງ່າຍ : ເມື່ອໄດ້ໃຊ້ຊີວິດຄູ່ ຄົນສອງຄົນອັນໃດບໍ່ດີ ບໍ່ເຂົ້າໃຈກັນ ແລະ ເຮັດແລ້ວມັກໃຫ້ຜິດກັນ ກໍຄວນປັບປຸງໃໝ່ໃຫ້ມັນດີ ເຝິກໝັ່ນເຮັດແຕ່ສີ່ງດີໆ ເພື່ອຄອຍຄົວຈະມີຄວາມສຸກຫຼາຍຂື້ນ
3. ຂັນຕິ ຂະຫຍັນເຮັດວຽກງານ, ໝັ້ນຄົງໃນຈຸດໝາຍ, ບໍ່ຫວັ່ນໄຫວ, ບໍ່ທໍ້ຖອຍ : ແນ່ນອນ ເມື່ອມີຄອບຄົວ ຕ້ອງໝັ່ນເຮັດວຽກງານ ສ້າງຄອບຄົວໃຫ້ຈະເລີນກ້າວໜ້າ ບໍ່ທໍ້ຖອຍ ໜັກເອົາ ເບົາສູ້ ຢ່າລະເລີຍ ຕັ້ງເປົ້າໝາຍໃນການພັດທະນາຄອບຄົວຢ່າງແນວແນ້
4. ຈາຄະ ເສຍສະຫຼະ, ໃຈກວ້າງຢ່າງມີເຫດຜົນ, ເອື້ອເຟື້ອບໍ່ໃຈຄັບແຄບ, ບໍ່ເຫັນແກ່ຕົວ : ເມື່ອໄດ້ຮ່ວມສ້າງຊີວິດຄູ່ແລ້ວ ຄົນສອງຄົນຈະຢູ່ນຳກັນໄດ້ຢ່າງມີຄວາມສຸກ ຕ້ອງໄດ້ສົງເຄາະຮັກແພງທັງສອງຝ່າຍ ເອື້ອເພື່ອເພື່ອແຜ່ ສະເໝີພາບ ບໍ່ຫັກຫຼັງຊັງບຽງ ຮັກຍາດພີ່ນ້ອງທັງສອງຝ່າຍ ແລະ ລວມເຖີງໝູ່ຂອງຄົນຮັກນຳ ແລ້ວຈະບໍ່ມີການຜິດຖຽງກັນ.
ຖ້າຄູ່ຄອງໃດ? ປະພຶດຕາມທຳ 4 ຂໍ້ນີ້ແລ້ວ, ຮັບຮອງວ່າຊີວິດຄູ່ຂອງເຈົ້າຈະດີ 100 ເປີເຊັນແນ່ນອນ.