ຄອບຄົວນັ້ນເປັນສີ່ງສຳຄັນທີ່ສຸດ ຢ່າໄດ້ເບີ່ງສີ່ງອື່ນ ສຳຄັນກວ່າຄອບຄົວເລີຍ
ຄົນເຮົາເຕີບໂຕມາໄດ້ ກໍເພາະວ່າມີຄອບຄົວ ເພາະຄອບຄົວເປັນສະຖາບັນທຳອິດທີ່ເຮົາຕ້ອງມີ
ແຕ່ບາງຄົນເມື່ອເວລາຜ່ານໄປມັກຈະຫຼົງລືມຄອບຄົວ ເພາະມົ້ວແຕ່ ເອົາເວລາໄປຫຍຸ້ງວຸ້ນວາຍກັບສີ່ງອື່ນ ເຊັ່ນ : ສັງຄົມພາຍນອກຈົນຫຼາຍເກີນໄປ
ຄອບຄົວນັ້ນ ເປັນສີ່ງທີ່ຄ່ອຍປົກປ້ອງ ແລະ ຄອຍດູແລເຮົາ ເຊື່ອໂລດວ່າໃນສັງຄົມພາຍນອກແບບນັ້ນ ສັງຄົມທີ່ບໍ່ເຊື່ອໃຈໄດ້ ຮ້ອຍເປີເຊັນ
ເພາະບາງຄົນເຂົ້າມາຫາກັນສ່ວນໃຫຍ່ຈະໃສ່ໜ້າກາກ ມີແຕ່ຄອບຄົວເຮົາເທົ່ານັ້ນ ທີ່ຈິງໃຈ ແລະ ຫວັງດີກັບເຮົາຫຼາຍທີ່ສູດ
ຢ່າຄິດທີ່ຈະລະເລີຍຄອບຄົວ ແລະ ຄົນທີ່ຮັກເຮົາເລີຍ ຖ້າຫາກເຮົາມາຄິດໄດ້ໃນຕອນທີ່ສາຍໄປແລ້ວ
ກໍບໍ່ມາສາມາເອົາກັບຄືນມາແກ້ໄຂບໍ່ໄດ້ ຕໍ່ໃຫ້ພະຍາຍາມປານໃດ
ສະນັ້ນໃນຕອນທີ່ມີໂອກາດໃຫ້ນຶກເຖີງຄອບຄົວ ແລະ ຄົນທີ່ຮັກເຮົາໃຫ້ຫຼາຍໆ ຢ່າມົ້ວແຕ່ເຮັດສີ່ງຕ່າງໆຈົນລືມຄອບຄົວ
ເພາະເວລາທີ່ເຮົາລຳບາກ ໝົດຕົວບໍ່ມີເງິນໃຊ້ ໝູ່ຄູ່ພາຍນອກ
ບໍ່ມີໃຜຈະຊ່ອຍໃຫ້ທີ່ອາໄສໄດ້ ເທົ່າກັບຄົນໃນຄອບຄົວ ເຊື່ອໂລດ.