ຄວາມເຊື່ອບູຮານ ກ່ຽວກັບລາງບອກເຫດຕ່າງໆ ທັງຮ້າຍ ແລະ ດີ
ເປັນເລື່ອງລາວທີ່ໜ້າສົນໃຈຫຼາຍທີ່ມີມາແຕ່ບູຮານ ເຊິ່ງເປັນຄວາມເຊື່ອກ່ຽວກັບລາງບອກເຫດ ແລະ ແອັດເຊື່ອວ່າທຸກມື້ນີ້ຫຼາຍໆຄົນກໍ່ຍັງຄົງມີເຊື່ອກ່ຽງກັບເລື່ອງແບບນີ້ ທັງລາງດີແລະລາງຮ້າຍ ລາງບອກເຫດທີ່ບອກວ່າທ່ານກຳລັງຈະໄດ້ຮັບໂຊກເລື່ອງເງິນໆທອງໆ.
1. ຄົນບູຮານີຄວາມເຊື່ອວ່າຖ້າຈີ່ຈ້ຽມຮ້ອງທັກ. ຫ້າມອອກຈາກເຮືອນເດັດຂາດ ໂດຍສະເພາະການເດີນທາງໄກອາດຈະບໍ່ປອດໄພ ຖ້າສຽງນັ້ນຢູ່ດ້ານຫຼັງຫຼືກົງກັບຫົວໃຫ້ເລື່ອນການເດີນທາງ ແຕ່ຖ້າສຽງຢູ່ດ້ານໜ້າຫຼືຊ້າຍໃຫ້ເດີນທາງໄດ້ຈະເຮັດໃຫ້ການເດີນທາງເປັນໄປຢ່າງປອດໄພສະດວກສະບາຍ.
2. ກັບແກ້ຮ້ອງຕອນສວາຍບູຮານເຊື່ອວ່າຈະມີເຫດຮ້າຍ. ເນື່ອງຈາກວ່າຄົນບູຮານເຊື່ອວ່າກັບແກ້ຄືວິນຍານຂອງປູ່ຍ່າຕາຢາຍທີ່ຕາຍໄປແລ້ວມາອາໄສຢູ່ນຳເພື່ອປົກປ້ອງຄູ້ມຄອງລູກຫຼານຈາກໄພອັນຕະລາຍ ແຕ່ຕາມປົກກະຕິແລ້ວກັບແກ້ທີ່ອາໄສຢູ່ເຮືອນມັກຈະຮ້ອງຕອນກາງຄືນ ດັງນັ້ນຖ້າຮ້ອງຕອນສວາຍຈະເປັນລາງບອກເຫດຮ້າຍ.
3. ຖ້ານົກແສກເກາະຫຼັງຄາເຮືອນຈະເກີດລາງຮ້າຍ. ເພາະນົກແສກເປັນນົກທີ່ຖືວ່າໃຫ້ຄວາບໍ່ເປັນມຸງຄຸນ ເນື່ອງຈາກວ່າທຳມະຊາດນົກແສກັກຈະບໍ່ມາປະປົນຢູ່ຕາມທີ່ຢູ່ອາໄສຂອງຄົນ ຈຶ່ງເປັນທີ່ມາວ່າຫາກນົກແສກມາຢູ່ຕາມບ້ານເຮືອນນັ້ນຄືລາງຮ້າຍທີ່ກຳລັງຈະມາແລ້ວ.
4. ຖ້ານົກຂີ້ໃສ່ເທິງຫົວເຊື່ອວ່າຈະໂຊກຮ້າຍ. ຫາກກຳລັງຈະອອກເດີນທາງແລ້ວຖືກນົກຂີ້ລົງໃສ່ຫວກ່ອນ ໃຫ້ຢຸດການເດີນທາງທັນທີຫຼືເລື່ອນອອກໄປເປັນມື້ຕໍ່ໄປ.
5. ຕອນກາງຄືນຖ້າໄດ້ຍິນສຽງຄົນຮ້ອງທັກຫ້າມຂານຮັບ. ເພາະເຊື່ອວ່າເປັນສຽງຂອງດວງວິນຍານອາດຈະມາຫຼອນມາຫຼອກຫຼືເປັນການເຊີນວິນຍານເຂົ້າເຮືອນ.
6. ຖ້າສັດປ່າເຂົ້າເຮືອນເຊື່ອວ່າຈະນຳພາສິ່ງບໍ່ເປັນມຸງຄູນາໃຫ້. ຄວນຈຸດທູບທຽນ ດອກໄມ້ແລະເຊີນອອກຈາກເຮືອນພ້ອມກັບຂໍພອນໃຫ້ນຳພາສິ່ງດີງາມມາໃຫ້.
7. ຖ້າຫາກກຳລັງຫວີຜົມແລ້ວຫວີຫັກຄາຜົມ. ເຊື່ອວ່າຈະເກີດເລື່ອງບໍ່ດີຕາມມາໃຫ້ນຳຫວີນັ້ນຖິ້ມ ບໍ່ໃຫ້ເກັບໄວ້ໃຊ້.
8. ຫາກຕອນກາງຄືນຖ້າໄດ້ກິ່ນທູບລອຍມາຈະມີດວງວິນຍານມາຫາ. ເຊື່ອວ່າຈະເປັນດວງວິນຍານຂອຄົນສະໜິດ ພີ່ນ້ອງທີ່ເສຍຊີວິດແລ້ວກຳລັງມາຫາ.
9. ລາງບອກເຫດງູເລືອຕັດໜ້າລົດ. ສະແດງວ່າຈະມີໂຊກລາບເລື່ອງເງິນຄຳ.
10. ລາງບອກເຫດ ຕາ ຄິ້ວ ປາກກະຕຸກ-ຂະໝິ່ນ. ຄົນບູຮານເຊື່ອວ່າ ຫາກໃຜຂະໝິ່ນຄິ້ວຈະມີໂຊກລາບ ຫຼື ອາດໄດ້ລາບລອຍ.
11. ລາງບອກເຫດຄັນມື-ມືລອກ. ໂດຍສະເພາະຝາມືແລະຫາກເປັນມືຊ້າຍສະແດງວ່າກຳລັງຈະມີລາບດ້ານເງິນທອງ.