ຍັງອາໄລ ແຕ່ກໍຕ້ອງຕັດ ເມື່ອເຈົ້າໄດ້ຈາກເຮົາໄປແລ້ວ ກິດາວເພັດ ໜູຫ່ວງ ລາຊາເພງລູກທົ່ງບ້ານນາດ ຫົວໜ້າວົງດົນຕີດັງ ໜຸ່ມໂກສິນ ທີ່ໄດ້ຈາກໄປຍອ້ນໂລກພະຍາດຜູ້ກ່ຽວ, ໝາກໄຂ່ຫຼັງຊຸດໂຊມ ໃນວັນສຸກ ທີ 24 ເມສາ 2020 ລວມອາຍຸ 49 ປີ
ໃນຕອນບ່າຍມື້ນີ້ (27 ເມສາ) ໄດ້ມີພິທີຊາປະນະກິດສົບ ຢູ່ວັດສົມສະຫງັດ ເຂດເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໂດຍມີຄອບຄົວ ຍາດຕິພີ່ນ້ອງ ເພື່ອນມິດສະຫາຍ ສິລະປິນ ຄູເພງ ແລະ ແຟນເພງ ໄປຮ່ວມໄວ້ອາໄລເປັນເທື່ອສຸດທ້າຍຢ່າງຫລວງຫລາຍ
ທ່ານ ກິ ດາວເພັດ ໜູຫ່ວງ ເກີດເມື່ອວັນທີ 1 ກໍລະກົດ 1972 ທີ່ບ້ານນາວາງ ເມືອງໜອງບົກ ແຂວງຄຳມ່ວນ ເປັນນ້ອງຊາຍຫລ້າໃນວົງດົນຕີ ໜຸ່ມໂກສິນ ທີ່ມີຊື່ສຽງໃນອະດີດຈົນເຖິງປັດຈຸບັນ